ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນ ຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຢ້ຽມຂ່ຳນັບ


   ໃນຕອນບ່າຍວັນທີ 10 ພຶດສະພາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍາມະການສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າກົມໃຫຍ່ເສ ນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ພ້ອມດ້ວຍຄະນະ.
         ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ພຶດສະພາ 2023 ນີ້. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ພ້ອມຄະນະ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນນໍາຜົນປະ ໂຫຍດສູງສຸດໃຫ້ແກ່ວຽກງານເສນາທິການ ຂອງສອງກອງທັບ ລາວ-ຫວຽດນາມ, ທັງເປັນການເພີ່ມພູນຄູນ ສ້າງຄວາມສາມັກຄີແບບພິເສດທີ່ມີມູນເຊື້ອອັນດີງາມລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຕີລາ ຄາສູງຕໍ່ໝາກຜົນຂອງການ ພົບປະລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃນຄັ້ງນີ້, ຈະເປັນການຜັນຂະຫຍາຍ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ສອງພັກ-ສອງລັດ ກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ມອບໝາຍໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ສະຫາຍ ພົນໂທ ຫງວຽນ ເຕີນ ເກືອງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ
ລາຍງານຜົນການພົບປະພົວພັນຮ່ວມມືລະຫວ່າງສອງກົມໃຫຍ່ເສນາທິການກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຄັ້ງນີ້ໃຫ້ສະຫາຍໄດ້ຮັບຮູ້, ເຊິ່ງ ສອງຝ່າຍຈະພະຍາຍາມສຸດຄວາມສາ ມາດເພື່ອພ້ອມກັນ ປົກປັກຮັກສາເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດລະຫວ່າງສອງຊາດ, ສອງພັກ, ສອງກອງ ທັບ ກໍຄືສອງກົມໃຫຍ່ເສນາທິການກອງທັບ ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະ ພາບ, ສະຖຽນລະພາບ ແລະ ການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ.



ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 15/05/2023